ນະຄອນລັດ ເປັນເມືອງ ທີ່ມີອະທິປະໄຕ ເອກະລາດ, ມີສູນກາງທາງດ້ານການເມືອງ, ເສດຖະກິດ, ແລະວັດທະນະທໍາໃນທົ່ວອານາເຂດຂອງຕົນ. ມີຢູ່ໃນຫຼາຍພາກສ່ວນຂອງໂລກຕະຫຼອດປະຫວັດສາດ.
ປະຈຸບັນມີສາມປະເທດທີ່ເປັນນະຄອນລັດຄື: ສາທາລະນະລັດສິງກະໂປ, ໂມນາໂກ, ແລະລັດວາຕິກັງ. ຢ່າງໃດກໍຕາມ, ບາງປະເທດຍັງຖືກຈັດປະເພດເປັນນະຄອນລັດ, ລວມທັງ ມານຕາ ຊັງມາລີໂນ ເລັກເຕນສະເຕນ ປະເທດອັງໂດລາ ລຸກຊຳບວກ ກາຕາ ບຣູໄນ ຄູເວດ ແລະ ບາເຣນ.
